Thanks to Samanxon Laoislao and Khounta KeudKèo:
https://www.facebook.com/samanson.laoislao
https://www.facebook.com/khounta.keudkeo.9
“ບົດວິເຄາະ“
ຄຳວ່າຮັກຊາດ ຟັງແລ້ວມ່ວນຫູ ຂ້າພະເຈົ້າພູມໃຈ ແລະດີໃຈທີ່ທຸກຄົນມີຄວາມຮູ້ສຶກໃນຄວາມເປັນຄົນ ທີ່ມີສະຕິຊາດອັນເລິກເຊິ່ງ ແລະໜັກແໜ້ນ.
“ຮັກຊາດ”ບໍ່ແມ່ນພຽງແຕ່ການປົກປ້ອງເຂດນໍ້າແດນດິນເທົ່ານັ້ນ ມັນໄດ້ກວມເອົາທຸກສິ່ງທຸກຢ່າງຊຶ່ງເປັນຊັບສິນ, ເປັນຊັບສົມບັດຂອງປະເທດຊາດ ພວກເຮົາທຸກຄົນຄືເຈົ້າຂອງແຜ່ນດິນຕ້ອງມີພັນທະໃນການປົກປັກຮັກສາໄວ້ໃຫ້ດີ ຕາບຊົ່ວຊີວິດ ພ້ອມນັ້ນກໍຍັງຕ້ອງໄດ້ປູກຝັງຈິດສຳນຶກນີ້ໃຫ້ລູກຫຼານລຸ້ນຕໍ່ໆໄປ ອັນທີ່ສຳຄັນຄືການຢູ່ຮ່ວມກັນຢ່າງມີຄວາມສຸກຄວາມສົມດຸນໃນສັງຄົມ ນັ້ນຈະກາຍເປັນຄວາມໝັ້ນຄົງຂອງຊາດ ຊາດຈະໝັ້ນຄົງ ແລະຈະເລີນເຕີບໂຕໄດ້ ພວກເຮົາຕ້ອງມີຄວາມສາມັກຄີຮັກແພງ ຊ່ວຍເຫຼືອຊຶ່ງກັນແລະກັນ ມີຄວາມກະຕັນຍູ ຮູ້ບຸນຄຸນ ຮັກເຊື້ອແພງຊາດ ຮ່ວມມືກັນເພື່ອປົກປ້ອງເຂດນໍ້າ ແດນດິນ ປົກປັກຮັກສາຊັບໃນດິນ ສີນໃນນໍ້າບໍ່ໃຫ້ສູນເສຍ ບໍ່ໃຫ້ຖືກທຳລາຍ ຮູ້ຮັກບ້ານເກີດເມືອງນອນ ອັນເປັນທີ່ຫວງແຫນຂອງຕົນ.
ແຕ່ເມື່ອສັງຄົມມັນປ່ຽນໄປໃຈຄົນກໍປ່ຽນແປງ ສະຕິຊາດຄ່ອຍໆຫາຍໄປ ຍ້ອນປວງຊົນຊາວລາວທົ່ວທັງປະເທດ ພາກັນນິ້ງເສີຍ ປ່ອຍປະລະເລີຍບໍ່ສົນໃຈ ການບ້ານການເມືອງ, ການພັດທະນາປະເທດຈຶ່ງເປັນໄປຕາມມີຕາມເກີດ ຕາມຍະຖາກຳ, ຜູ້ມີອໍານາດຕັດສີນອານາຄົດຂອງປະເທດພຽງຜູ້ດຽວ ຢາກເຮັດຫຍັງກໍເຮັດໄປໂດຍພາລະການ ປະຊາຊົນຄືເຈົ້າຂອງແຜ່ນດິນບໍ່ມີປາກ ບໍ່ມີສຽງ ບໍ່ມີສ່ວນຮ່ວມ ຫຍັງທັງໝົດ ເພາະສະນັ້ນເລີຍກາຍເປັນສ່ອງຫ່ວາງທີ່ດີໃຫ້ຜູ້ມີອຳນາດຊອກ ສະແຫວງຫາຜົນປະໂຫຍດມາໃສ່ຕົນເອງໄດ້ສະບາຍໆ ໂດຍຂຽນໂຄງການພັດທະນາຕ່າງໆ ເພື່ອລວງຕາປະຊາຊົນ.
ປະເທດຊາດຖືກພັດທະນາມາ39ປີແລ້ວກໍດີ ນັ້ນກໍເຫັນວ່າມີອັນປ່ຽນແປງ ເປັນຕົ້ນການກໍ່ສ້າງພື້ນຖານໂຄງລ່າງ ໃນຂອບເຂດເມືອງໃຫຍ່ໆ ເຫັນວ່າແປກຕາຂຶ້ນແດ່ເລັກນ້ອຍ ສ່ວນເມືອງນ້ອຍກໍບໍ່ມີຫຍັງແປກ ນັ້ນມັນບໍ່ຄຸ້ມຄ່າກັບເວລາທີ່ເສຍໄປ ບໍ່ດຸນດຽງກັບຊັບພະຍາກອນ ທຳມະຊາດຂອງປະເທດທີ່ສູນຫາຍໄປ ຍົກຕົວຢ່າງນຶ່ງ ທີ່ເປັນພະຍາດຊໍາຮື້ອແລະອັນຕະລາຍທີ່ສຸດຄື: ການຂາຍໄມ້ ຊຶ່ງເຄີຍພົບເຫັນມາແຕ່່ ປີ1976 ເປັນຕົ້ນມາຈົນເຖິງປະຈຸບັນ ແລະດຽວນີ້ກໍຍັງແກ່ໄປຂາຍຢູ່ ແຕ່ບໍ່ຮູ້ວ່າເງິນ ຈຳນວນນັ້ນຢູ່ໃສ? ເອົາໄປເຮັດຫຍັງ? ເຮັດຢູ່ໃສ? ປະຊາຊົນບໍ່ມີໃຜຮູ້ເລີຍ, ເວົ້າແລ້ວຂາຍໄມ້ມາເກືອບ39ປີ ຖ້າເອົາເງິນຈຳນວນດັ່ງກ່າວ ມາເຮັດທາງປູຄອນກຣີດແຕ່ຫົວຂອງຮອດຫຼີ່ຜີກໍໄດ້ແລ້ວ ຫຼືບໍ່ກໍຊອຍເປັນໄມ້ແປ້ນ ປູເຮັດທາງຈາກຫົວຂອງຮອດຫຼີ່ຜີກໍໄດ້ເໝືອນກັນ, ມາເບິ່ງແລ້ວມັນຄຸ້ມບໍ? ກັບຄວາມຈະເລີນຂອງຊາດ.
ຜູ້ນໍາລັດຖະບານຕ້ອງຮູ້ຈັກພາລະໜ້າທີ່ຂອງຕົນເອງຖ້າຮັກຊາດແທ້.
ການສ້າງສາພັດທະນາປະເທດຊາດຕ້ອງໄດ້ຄໍານຶຶງເຖິງປະຊາຊົນໃຫ້ໄດ້ປະໂຫຍດສູງສຸດ ລັດຖະບານຕ້ອງຮັບຟັງ ບັນຫາແລະເຫດຜົນຈາກປະຊາຊົນ,ໃຫ້ພວກເຂົາໄດ້ໃຊ້ສິດເຕັມ100ໃນການມີສ່ວນຮ່ວມ ໃນການອອກຄໍາຄິດຄໍາເຫັນສະທ້ອນຕໍ່ບັນຫາຜົນກະທົບທີ່ຈະຕາມມາ ສິ່ງສໍາຄັນລັດຖະບານ ເຮັດຫຍັງກໍຕ້ອງໃຫ້ຢູ່ພາຍໄຕ້ຄວາມໂປ່ງໃສ, ກວດສອບໄດ້ ໃຫ້ມີຄວາມສັດຊື່ແລະຈິງໃຈ ຜ່ານມາການປົກຄອງຂອງລັດຖະບານແມ່ນຫຼົ້ມເຫຼວຢາງມະຫັນຕະລາຍທີ່ສຸດ ບໍ່ວ່າທາງດ້ານການເມືອງ ເສດຖະກິດ ສັງຄົມ ວັດທະນະທໍາ ແລະອື່ນໆ ຂາດຫຼັກທີ່ຖືກຕ້ອງໃນການປົກຄອງປະເທດ ເອົາປະເທດເປັນເປັນໜູລອງຢາໄປເລື້ອຍໆ ໜ້າສົງສານອະນາຄົດຂອງປະເທດຊາດ ທີ່ປາສະຈາກຫຼັກໄຊ.
ຍ້ອນມີຫຼາຍຄົນທີ່ຍັງໄຮ້ດຽງສາ ຊຶ່ງພວກນີ້ຈະມົວແຕ່ປະໂຫຍດສ່ວນຕົວເປັນໃຫຍ່ ພວກເຂົາຮູ້ດີຮູ້ຊົ່ວທຸກຢ່າງ ແຕ່ແກ້ງເຮັດ ໜູໜວກກິນຟານ ເພາະເມົາມົວຍົດຖາບັນດາສັກ ເມົາມົວອຳນາດ ຍາດແຍ່ງຜົນປະໂຫຍດເພື່ອ ພວກສະໝູນບໍລິວານທັງຫຼາຍທີ່ພອຍເພິ່ງປາລະມີ ແລະທີ່ສໍາຄັນແມ່ນຜູ້ທີ່ມີຄວາມສາມາດພິເສດຄືລູບແຂ່ງ ເລຍຂາຫົວໜ້າໄດ້ດີ ກໍອອກມາປົກປ້ອງກັນໃນFBທຸກຮູບແບບ ພວກນີ້ເປັນຕົວແປທີ່ສຳຄັນ ທີ່ຈະນໍາຄວາມຈິບຫາຍມາ ສູ່ບ້ານສູ່ເມືອງ, ເຖິງບ້ານເມືອງຊິຫຼົ້ມຊິຈົມລົງພຽງໃດມັນບໍ່ໄດ້ສົນໃຈ.
ທຸກສິ່ງທຸກຢ່າງທີ່ເກີດຂຶ້ນຜ່ານມາຈົນເຖິງປະຈຸບັນ, ກ່ອນທີ່ທ່ານຈະຮູ້ສຶກຕົວ ຊັບສິນດິນດອນຕອນຫຍ້າ,ຊັບໃນດິນສີນໃນນ້ຳມັນຫາຍໄປໝົດ ແລ້ວພີ່ນ້ອງເອີຍ! ປະໂຫຍດຂອງປະຊາຊົນມີຫຍັງແດ່? ປະໂຫຍດຂອງບຸກຄົນທີ່ມີອໍານາດມີຫຍັງແດ່? ປະໂຫຍດຂອງຊາດມີຫຍັງແດ່?
ມັນຄຸ້ມຄ່າຫຼືບໍ? ຄວາມຮັກຊາດມັນຢູ່ໃສ? ໃຜຮັກຊາດກັນແທ້? !!!
ທຸກຄົນມີຄວາມຮັກຊາດ! ແຕ່ຖ້າຂາດສະຕິຊາດ ຜູ້ນໍາທຸກຄົນຫວັງປະໂຫຍດສ່ວນຕົວ ກອບໂກຍເອົາຜົນປະໂຫຍດ ຂອງຊາດໄປໃສ່ກະເປົ໊າ ແລະຄອບຄົວ ພ້ອມວົງສາຄະນາຍາດ ຊາດຫຼົ້ມຈົມ ແນ່ນອນ.
ບໍ່ເປັນຫຍັງ? ຍັງບໍ່ສວຍເກີນໄປ! ພີ່ນ້ອງຮ່ວມສາຍເລືອດລາວທຸກຄົນທັງພາຍໃນ ແລະທົ່ວທຸກມູມໂລກ ທີ່ຍັງຮັກແລະຫວງແຫນຜືນແຜ່ນດິນລາວ ຈົ່ງມາຮ່ວມໃຈຈັບມືແລະເຂົ້າໃຈກັນເປັນພະລັງອັນນຶ່ງອັນດຽວລຸກຂຶ້ນສະສາງ ລະບອບການປົກຄອງທີ່ຊົ່ວຮ້າຍນີ້ ໃຫ້ມັນຫາຍສາບສູນ ກ່ອນຊາດລາວຈະພົບກັບຄວາມຫາຍະນະຈະພິນາດ ປະເທດຊາດບໍ່ແມ່ນຂອງຜູ້ໃດຜູ້ນຶ່ງ ພີ່ນ້ອງຈົ່ງໃຫ້ຄວາມສໍາຄັນຕໍ່ຊາດຖ້າພວກເຮົາມີຄວາມຮັກຊາດທີ່ແທ້ຈິງ.